- ຄຸນຄ່າທີ່ສຸດ
- ລາຄາຄົງທີ່
- ການຍົກລະດັບແບບຍືດຫຍຸ່ນ / ການຫຼຸດລະດັບ
ຜົນປະໂຫຍດ:
ໃຊ້ແພັກແກັດຂອງທ່ານໃຫ້ໝົດກ່ອນທ້າຍເດືອນ? ພວກເຮົາສາມາດປັບປ່ຽນໄດ້!
ທ່ານສາມາດຕື່ມເງີນບັນຊີຂອງທ່ານດ້ວຍບັດຂູດຫລື EZ ເພື່ອສືບຕໍ່ການນຳໃຊ້ໂທລະສັບຂອງທ່ານຈົນກວ່າພວກເຮົາສືບຕໍ່ການຕັ້ງແພັກເກັດໃຫ່ມ ໃນວັນທີ 1st ຂອງເດືອນຕໍ່ໄປ.
ພຽງແຕ່ພີມ ລະຫັດບັດຂູດຂອງທ່ານ ໄປຫາ 121 ໂດຍທາງຂໍ້ຄວາມ
ຂໍ້ກຳນົດ ແລະ ເງື່ອນໄຂ
ຂໍ້ກຳນົດ ແລະ ເງື່ອນໄຂ ບໍລິສັດ ທີພລັດ ດີຈີຕອນ ຈໍາກັດ
ໂດຍການເປີດໃຊ້ ຫຼື ໃຊ້ບໍລິການຂອງພວກເຮົາທ່ານຕົກລົງເຫັນດີທີ່ຈະຜູກພັນກັບສັນຍານີ້
-
ວັນທີ ທີ່ມີຜົນບັງຄັບໃຊ້: ຂໍ້ຕົກລົງສະບັບນີ້ ມີຜົນບົງຄັບໃຊ້ ໃນວັນທີ ທີ່ທ່ານລົງລາຍເຊັນ
-
ກົດໝາຍຄຸ້ມຄອງ: ຂໍ້ຕົກລົງສະບັບນີ້ຢູ່ພາຍໃຕ້ການຄຸ້ມຄອງຂອງກົດໝາຍແຫ່ງ ສປປລາວ. ໃນກໍລະນີທີ່ເກີດມີຂໍ້ຂັດແຍ່ງລະຫ່ວາງຄູ່ສັນຍາ, ແຕ່ລະຝ່າຍຄວນສັນຫາວິທີແກ້ໄຂຮ່ວມກັນໂດຍສັນຕິວິທີກ່ອນ, ຖ້າຫາກວ່າຄູ່ສັນຍາ ຫາກບໍ່ສາມາດຫາຂໍ້ສະຫຼຸບຮ່ວມກັນໄດ້ ຂໍ້ຂັດແຍ່ງດັ່ງກ່າວຄວນຈະຖືກສົ່ງໄປຍັງສູນການຕັດສິນແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ທີ່ນະຄອນຫຼວງວຽງຈັນ ສປປລາວ.
-
ການປ່ຽນແປງຄ່າບໍລິການ: ພວກເຮົາອາດຈະປ່ຽນ ຫຼື ຂື້ນລາຄາສຳລັບການບໍລິການຂອງພວກເຮົາ, ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຈະແຈ້ງໃຫ້ທ່ານຊາບກ່ຽວກັບການປ່ຽນແປງດັ່ງກ່າວ. ພວກເຮົາມີສິດທີ່ຈະປ່ຽນແປງທຸກໆແຜນການທີ່ໄດ້ນຳສະເໜີໄປ ແລະ ແຜນງານລະອຽດຕ່າງໆທີ່ສະເໜີໄປນຳບັນດາແຜນການດັ່ງກ່າວ.
-
ນະໂຍບາຍກ່ຽວກັບໜ່ວຍໂທລະສັບມືຖື: ໂທລະສັບມືຖືແມ່ນຊັບສິນຂອງທ່ານ ແລະ ພວກເຮົາບໍ່ຮັບຜິດຊອບຕໍ່ກໍລະນີໃດໆທັງໝົດ ລວມທັງແຕ່ກໍ່ບໍ່ຈຳກັດພຽງເທົ່ານີ້: ການຖືກລັກ, ເສຍ, ສ້ອມແປງ, ການບຳລຸງຮັກສາ ຫຼື ການແກ້ໄຂດ້ານການບໍລິການໃດໆ, ບັນຫາທາງດ້ານກົນໄກ ຫຼື ເຕັກນິກຂອງໂທລະສັບມືຖື. ພວກເຮົາມີສິດທີ່ຈະປະຕິເສດ ໃນການສະໜອງການບໍລິການ ຫຼື ຍົກເລີກການສະໝັກຕ່າງໆ ໃນກໍລະນີທີ່ມີການນຳໃຊ້ໜ່ວຍໂທລະ ສັບມືຖືທີ່ບໍ່ເໝາະສົມ.
-
ຂອບເຂດການບໍລິການ ແລະ ຂໍ້ຈຳກັດ: ການບໍລິການຈະຄອບຄຸມໃຫ້ແກ່ທ່ານເວລາທີ່ໂທລະສັບມືຖື/ເຄື່ອງຂອງທ່ານຢູ່ໃນພື້ນທີ່ ທີ່ມີເຄື່ອຂ່າຍຄອບຄຸມເທົ່ານັ້ນ. ເຖິງແມ່ນວ່າ ຈະຢູ່ໃນບໍລິເວນພື້ນທີ່ ທີ່ມີເຄືອຂ່າຍຄອບຄຸມ, ປັດໃຈຕ່າງໆເຊັ່ນ ການປ່ຽນເຄືອຂ່າຍ, ປະລິມານການຈະລາຈອນ, ຂໍ້ຈຳກັດໃນການສົ່ງສັນຍານ, ກໍລະນີການບໍລິການຂັດຂ້ອງ, ຂໍ້ຈຳກັດທາງດ້ານເຕັກນິກ, ຄວາມແຮງຂອງສັນຍານ, ອຸປະກອນຂອງລູກຄ້າ, ຜູ້ສະໜອງການເຊື່ອມຕໍ່, ສະພາບອາກາດ ແລະອື່ນໆ ອາດຈະເປັນອຸປະສັກຕໍ່ສະພາບຄວາມເປັນຈິງທາງດ້ານຄຸນນະພາບ ແລະ ຄວາມພ້ອມຂອງການບໍລິການ. ການບໍລິການບາງຢ່າງບໍ່ສາມາດໃຊ້ໃນເຄືອຂ່າຍຂອງບຸກຄົນທີສາມ ຫຼື ໃນລະບົບການບໍລິການເຄືອຂ່າຍຂ້າມແດນແບບອັດຕະໂນມັດ (ໂຣມມິງ). ພວກເຮົາອາດຈະກຳນົດວົງເງິນເຄຼຣດິດ ການໃຊ້ງານ ຫຼື ຂໍ້ຈຳກັດອື່ນໆ ຕໍ່ການບໍລິການ ຫຼື ການບໍລິການອື່ນໆ, ຍົກເລີກ ຫຼື ຢຸດການບໍລິການຊົ່ວຄາວ ຫຼື ປິດກັ້ນຮູບແບບການໂທ ຫຼື ການໃຊ້ງານສະເພາະໃດໜຶ່ງ (ເຊັ່ນການໂທລະຫ່ວາງປະເທດ) ດ້ວຍດຸນພິນິດຂອງພວກເຮົາເອງ. ພວກເຮົາອາດຈະຢຸດຕິການສະໜອງບໍລິການຊົ່ວຄາວ ໃນກໍລະນີທີ່ ທ່ານຫາກໃຊ້ເກີນຂໍ້ຈຳກັດຂອງວົງເງິນທີ່ກຳນົດໄວ້.
-
ນຳໃຊ້ການບໍລິການ: ໂດຍການເຊັນຊື່ໃສ່ຂໍ້ຕົກລົງສະບັບນີ້ ໝາຍຄວາມວ່າ ທ່ານຍິນດີທີ່ຈະໃຊ້ບໍລິການຂອງພວກເຮົາໜຶ່ງປີເປັນຢ່າງໜ້ອຍ. ທ່ານບໍ່ສາມາດຂາຍ ຫຼື ພະຍາຍາມທີ່ຈະຂາຍບໍລິການໃດໆ ຫຼື ການບໍລິການອື່ນໆ ບໍ່ວ່າເພື່ອຜົນກຳໄລ ຫຼື ອັນໃດອັນໜຶ່ງ. ທ່ານບໍ່ມີກຳມະສິດ ຫຼື ຄວາມເປັນເຈົ້າຂອງ ຕໍ່ໝາຍເລກສະເພາະ (ໝາຍເລກໂທລະສັບ) ທີ່ໄດ້ກຳນົດໃຫ້ແກ່ທ່ານ ຫຼື ເຄື່ອງຂອງທ່ານ. ພວກເຮົາອາດຈະປ່ຽນໝາຍເລກຂອງທ່ານ ໃນເວລາໃດກໍ່ໄດ້ ຕາມດຸນພິນິດຂອງພວກເຮົາເອງ. ທ່ານບໍ່ຄວນນຳໃຊ້ໝາຍເລກໂທລະສັບ ຫຼື ການບໍລິການຕ່າງໆ ສຳລັບການສໍ້ໂກງໃດໆ, ກະທຳສິ່ງຜິດກົດໝາຍ, ວັດຖຸປະສົງທີ່ບໍ່ເໝາະສົມ, ຫຼືໃນສິ່ງທີ່ຈະເກີດຄວາມເສຍຫາຍໃຫ້ແກ່ທຸລະກິດ, ຊື່ສຽງຂອງບຸກຄົນໃດໜຶ່ງ. ຖ້າພວກເຮົາຫາກສົງໃສໃນການກະທຳອັນໃດອັນໜຶ່ງ, ພວກເຮົາມີສິດທີ່ຈະ (i) ດຳເນີນການທາງກົດໝາຍໃນທັນທີ (ii) ຢຸດຕິເລກໝາຍໂທລະສັບໂດຍບໍ່ມີການແຈ້ງການລ່ວງໜ້າ (iii) ຢຸດຕິການບໍລິການໃດໜຶ່ງ ຫຼື ທັງໝົດ ໃນທັນທີ.
-
ການລະເມີດສັນຍາ ແລະ ການຍົກເລີກ: ທ່ານຈະຖືກຖືວ່າລະເມີດຕໍ່ສັນຍາ ໃນກໍລະນີທີ່ທ່ານ (i) ບໍ່ຊຳລະຄ່າບໍລິການໃນຈຳນວນໃດໜຶ່ງເມື່ອຮອດກຳນົດ (ii) ລະເມີດຕໍ່ຂໍ້ຕົກລົງສະບັນນີ້ ຫຼື ຂໍ້ຕົກລົງອື່ນໆ ລະຫ່ວາງທ່ານກັບພວກເຮົາ (iii) ກາຍເປັນບຸກຄົນລົ້ມລະລາຍ ຫຼື ໝົດຕົວ (iv) ກາຍເປັນບຸກຄົນສິ້ນເນື້ອປະດາຕົວ, ໃນກໍລະນີທັງໝົດ ທ່ານຕ້ອງດຳເນີນການຊຳລະເງິນທັງໝົດ ແລະ ຄ່າໃຊ້ຈ່າຍຕ່າງໆ. ຖ້າທ່ານຫາກຕົກຢູ່ໃນກໍລະນີຜິດສັນຍາ, ພວກເຮົາມີສິດທີ່ຈະຍົກເລີກ ຫຼື ຢຸດຕິການບໍລິການທັງໝົດໃນທັນທີ. ໃນກໍລະນີທີ່ທ່ານ ຍົກເລີກຂໍ້ຕົກລົງສະບັບນີ້ ໄວກ່ອນກຳນົດ, ພວກເຮົາມີສິດທີ່ຈະຮຽກຮ້ອງຄ່າໃຊ້ຈ່າຍສ່ວນທີ່ເຫຼືອ ຂອງໄລຍະເວລາໜຶ່ງປີ.
-
ການສົ່ງໃບເກັບເງິນ ແລະ ຄ່າບໍລິການ: ທ່ານຍິນດີທີ່ຈະຊຳລະຄ່າບໍລິການເຕັມໃນແຕ່ລະເດືອນ ສຳລັບການບໍລິການທັງໝົດ ຫຼື ການບໍລິການອື່ນໆ ພາຍໃຕ້ສັນຍາສະບັບນີ້. ຖ້າວ່າພວກເຮົາຫາກຍັງບໍ່ທັນໄດ້ຮັບການຊຳລະທັງໝົດ ຈົນຮອດວັນຄົບກຳນົດ, ທ່ານຈະຖືກຖືວ່າ ຢູ່ໃນກໍລະນີພ້ອມທີ່ຈະຈ່າຍຄ່າຊຳລະເງິນຊ້າ. ທ່ານຈະຖືກຄິດໄລ່ຄ່າບໍລິການ ແລະ ຄຸນລັກສະນະອື່ນໆ ດ້ວຍວິທີການສົ່ງໃບເກັບເງິນເປັນລາຍເດືອນ. ພວກເຮົາອາດຈະປ່ຽນຮອບວຽນການສົ່ງໃບເກັບເງິນຂອງທ່ານໃນເວລາໃດກໍ່ໄດ້. ໂດຍການນຳໃຊ້ການບໍລິການຂອງພວກເຮົາ ທ່ານເຫັນດີວ່າເວລາເປັນສິ່ງສຳຄັນສຳລັບການຊຳລະເງິນ ເພາະສະນັ້ນ ທ່ານຕ້ອງຊຳລະເງິນທັງໝົດພາຍໃນວັນທີ ທີ່ກຳນົດ. ຖ້າທ່ານຫາກເຊື່ອໝັ້ນວ່າ ໃບເກັບເງິນຂອງທ່ານ ມີການຄິດໄລ່ຄ່າບໍລິການທີ່ບໍ່ຖືກຕ້ອງ, ທ່ານມີເວລາຫົກສິບ (60) ວັນ ນັບຈາກວັນທີ ຂອງໃບເກັບເງິນໃບທີໜຶ່ງທີ່ມີການຄິດໄລ່ຄ່າບໍລິການທີ່ບໍ່ຖືກຕ້ອງ ທີ່ຈະແຈ້ງໃຫ້ພວກເຮົາຊາບ ຫຼື ແຈ້ງການສະລະສິດຂອງທ່ານ ທີ່ຈະບໍ່ຊຳລະຄ່າບໍລິການທີ່ຄິດໄລ່ຜິດດັ່ງກ່າວ. ກະລຸນາຕິດຕໍ່ຫາ ພະແນກບໍລິການລູກຄ້າ ເພື່ອວ່າພວກເຮົາຈະໄດ້ທົບທວນບັນຊີຂອງທ່ານຄືນໃໝ່. ຖ້າທ່ານຫາກຍອມຮັບ ຄວາມໄວ້ວາງໃຈໃນການແກ້ໄຂບັນຫາດັ່ງກ່າວ ສະແດງວ່າ ທ່ານຕົກລົງວ່າ ບັນຫາໄດ້ຖືກແກ້ໄຂຢ່າງເຕັມທີ່. ພວກເຮົາອາດຈະຮ້ອງຂໍໃຫ້ທ່ານອະທິບາຍກ່ຽວກັບບັນຫາດັ່ງກ່າວດ້ວຍລາຍລັກອັກສອນ ແລະ ສົ່ງໄປຍັງສູນບໍລິການຂອງ ບໍລິສັດ TPLUS Digital Company limited ທີ່ຢູ່ໃກ້ທ່ານທີ່ສຸດ.
-
ພາສີ ແລະ ຄ່າທຳນຽມ: ພວກເຮົາຈະສົ່ງໃບເກັບເງິນໃຫ້ທ່ານສຳລັບ ຄ່າພາສີ, ຄ່າທຳນຽມ ແລະ ຄ່າໃຊ້ຈ່າຍຕ່າງໆ ເຊິ່ງກຳນົດໃຊ້ຕໍ່ທ່ານ ຫຼື ຕໍ່ພວກເຮົາ ຕາມຜົນຈາກການສະໜອງການບໍລິການ. ພວກເຮົາຈະກຳນົດດ້ວຍດຸນພິນິດທີ່ສົມເຫດສົມຜົນຂອງພວກເຮົາສຳລັບຄ່າພາສີ ແລະ ຄ່າທຳນຽມຕ່າງໆທີ່ທ່ານຕ້ອງຮັບຜິດຊອບໃນການຊຳລະ ແລະ ຈຳນວນລວມຂອງພາສີເຫຼົ່ານັ້ນ ເຊິ່ງອາດຈະເພີ້ມຂື້ນ ຫຼື ປ່ຽນແປງ ໃນເວລາໃດໜຶ່ງໂດຍປາສະຈາກການແຈ້ງເຕືອນ. ເຊັ່ນດຽວກັນ ທ່ານຍັງຕ້ອງພ້ອມ ທີ່ຈະຈ່າຍຄ່າພາສີ ຫຼື ຄ່າທຳນຽມອື່ນໆ ຕາມທີ່ລັດຖະບານແຫ່ງ ສປປລາວ ກຳນົດ.
-
ການປະຕິເສດຕໍ່ການຮັບປະກັນຕ່າງໆ: ນອກຈາກການຮັບປະກັນທີ່ມີຂໍ້ຈຳກັດ ທີ່ໄດ້ລະບຸໄວ້ເປັນລາຍລັກອັກສອນ ເຊິ່ງອາດຈະມີການສະໜອງໃຫ້, ທຸກໆການບໍລິການ, ຫົວໜ່ວຍ ແລະ ການບໍລິການອື່ນໆ ທີ່ສະໜອງໃຫ້ບົນພື້ນຖານ “ຕາມທີ່ເປັນ”. ທ່ານຖືວ່າ ຮັບຮູ້ຕໍ່ຄວາມຮັບຜິດຊອບ ແລະ ຄວາມສ່ຽງທັງໝົດ ສຳລັບການນຳໃຊ້ການບໍລິການ. ພວກເຮົາບໍ່ອະນຸຍາດໃຫ້ບຸກຄົນໃດ ຮັບຮອງການຮັບປະກັນໃດໆແທນພວກເຮົາ ແລະ ທ່ານບໍ່ຄວນໄວ້ວາງໃຈຕໍ່ການຢັ້ງຢືນດັ່ງກ່າວ.
-
ການປ້ອງກັນ: ທ່ານຍິນດີທີ່ຈະປ້ອງກັນ, ປົກປ້ອງພວກເຮົາ ກ່ຽວກັບການບໍລິການຂ້າມແດນອັດຕະໂນມັດ (ໂຣມມິງ) ໃດໆ ຫຼື ຄູ່ຮ່ວມເຄືອຂ່າຍ ແລະ ສິ່ງທີ່ພົວພັນກັບຄວາມທີ່ບໍ່ເປັນອັນຕະລາຍຂອງ ບໍລິສັດ TPLUS Digital Company limited ຈາກທຸກໆຂໍ້ຮຽກຮ້ອງ, ຄຳສັ່ງ, ການດຳເນີນການ, ພາລະ, ຄ່າໃຊ້ຈ່າຍ ຫຼື ການເປ່ເພເສຍຫາຍຕ່າງໆ ທີ່ເກີດຈາກການໃຊ້ບໍລິການຂອງທ່ານ, ຫົວໜ່ວຍ ຫຼື ການບໍລິການອື່ນໆ ຫຼື ການລະເມີດຕໍ່ຂໍ້ຕົກລົງຂອງທ່ານ.
-
ໜ່ວຍໂທລະສັບເສຍ ຫຼື ຖືກລັກ: ຖ້າວ່າໜ່ວຍໂທລະສັບ/ເຄື່ອງ ຂອງທ່ານເສຍ ຫຼື ຖືກລັກ, ທ່ານຍິນດີທີ່ຈະແຈ້ງໃຫ້ພວກເຮົາຊາບໃນທັນທີທັນໃດ, ຮຽກຮ້ອງໃຫ້ພວກເຮົາຕັດເຄືອຂ່າຍການບໍລິການຂອງໝາຍເລກຂອງເຄື່ອງໂທລະສັບທີ່ຖືກລັກ. ແນວໃດກໍ່ຕາມ ທ່ານຈະຕ້ອງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍສຳລັບເວລາທີ່ນຳໃຊ້ໂດຍທີ່ບໍ່ໄດ້ຮັບອະນຸຍາດ ທີ່ເກີດຂື້ນກັບເຄື່ອງ/ໂທລະສັບທີ່ເສຍຂອງທ່ານ ຈົນກ່ວາທ່ານຈະແຈ້ງໃຫ້ພວກເຮົາຊາບ. ທ່ານຕ້ອງຈ່າຍໃຫ້ໝົດກ່ຽວກັບສ່ວນທີ່ເຫຼືອ ຂອງໄລຍະເວລາຄົງທີ່ ໂດຍການຊື້ ແລະ ເປີດນຳໃຊ້ເຄື່ອງໂທລະສັບປ່ຽນແທນ ຫຼື ທ່ານອາດຈະຖືກພິຈາລະນາວ່າ ລະເມີດຕໍ່ຂໍ້ກຳນົດຂອງຂໍ້ຕົກລົງສະບັບນີ້ ແລະ ພ້ອມທີ່ຈະຊຳລະຄ່າໃຊ້ຈ່າຍຕ່າງໆ ສຳລັບສ່ວນທີ່ຍັງເຫຼືອຂອງໄລຍະເວລາ.
-
ການມອບໝາຍແຕ່ງຕັ້ງ: ພວກເຮົາອາດຈະມອບໝາຍສິດ ຫຼື ໜ້າທີ່ ທັງໝົດ ຫຼື ພາກສ່ວນໜຶ່ງຂອງພວກເຮົາ ພາຍໃຕ້ຂໍ້ຕົກລົງສະບັບນີ້ ໂດຍບໍ່ຖືວ່າ ການມອບໝາຍດັ່ງກ່າວ ເປັນການປ່ຽນແປງຕໍ່ຂໍ້ຕົກລົງສະບັບນີ້, ແລະໂດຍປາສະຈາກການແຈ້ງການເຖິງທ່ານ. ຈາກນັ້ນພວກເຮົາກໍ່ຖືວ່າຫຼຸດພົ້ນຈາກຄວາມຮັບຜິດຊອບທັງໝົດ. ທ່ານບໍ່ສາມາດມອບໝາຍສິດທິໃນຂໍ້ຕົກລົງສະບັບນີ້ ໂດຍປາສະຈາກການຍິນຍອມຢ່າງເປັນລາຍລັກອັກສອນຂອງພວກເຮົາກ່ອນ.
-
ການແຈ້ງການ: ພວກເຮົາອາດຈະສົ່ງແຈ້ງການທີ່ເປັນລາຍລັກອັກສອນເຖິງທ່ານ ຕາມທີ່ຢູ່ທີ່ລະບຸໄວ້ໃນແບບຟອມລົງທະບຽນ. ໃນກໍລະນີທີ່ມີການປ່ຽນແປງທີ່ຢູ່, ທ່ານຍິນດີທີ່ຈະແຈ້ງໃຫ້ພວກເຮົາຊາບ ພາຍໃນ 10 ວັນຂອງການປ່ຽນແປງດັ່ງກ່າວ.
-
ການແຍກຕົວ: ຂໍ້ກຳນົດ ແລະ ເງື່ອນໄຂທັງໝົດ ທີ່ລະບຸໄວ້ໃນຂໍ້ຕົກລົງສະບັບນີ້ ແມ່ນມີຄວາມເປັນອິສະລະໃນຕົວຂອງໃຜມັນ. ຖ້າວ່າມີຂໍ້ບັນຍັດໃດໜຶ່ງຂອງຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ ຫາກຖືກຖືວ່າໃຊ້ບໍ່ໄດ້ ຫຼື ບໍ່ມີຜົນບັງຄັບໃຊ້, ຄວາມສົມດຸນຂອງຂໍ້ຕົກລົງ ແລະ ເງື່ອນໄຂທີ່ຍັງເຫຼືອຈະບໍ່ຖືວ່າຖືກຜົນກະທົບ ແລະ ຍັງຄົງມີຜົນບັງຄັບໃຊ້ຢ່າງເຕັມທີ່.
-
ການຢຸດຕິການບໍລິການ ເນື່ອງຈາກບໍ່ໄດ້ນຳໃຊ້: ຖ້າການບໍລິການຂອງທ່ານ (ບໍ່ວ່າຈະເປັນລະບົບຕື່ມເງິນ ຫຼື ລະບົບຈ່າຍລາຍເດືອນ) ຫາກບໍ່ໄດ້ຖືກນຳໃຊ້ສຳລັບກິດຈະກຳໃດໆ (ການໂທດ້ວຍສຽງ, ການສົ່ງຂໍ້ຄວາມສັ້ນ (SMS), ການສົ່ງຂໍ້ມູນຜ່ານເຄືອຄ່າຍໂທລະສັບເຂື່ອນທີ່ (GPRS) ເປັນເວລາຫຼາຍກ່ວາ 180 ວັນ, ພວກເຮົາມີສິດທີ່ຈະຢຸດຕິການບໍລິການຂອງທ່ານ ໂດຍປາສະຈາກການແຈ້ງເຕືອນໃຫ້ທ່ານຊາບລ່ວງໜ້າ ແລະ ທ່ານສາມາດຮ້ອງຂໍການບໍລິການຄືນ ໂດຍການແຈ້ງເຈດຈຳນົງໃຫ້ພວກເຮົາຊາບ ພາຍໃນເວລາ 30 ວັນຂອງການຢຸດຕິການບໍລິການດັ່ງກ່າວ.
-
ຜູ້ມີສິດອຳນາດໃນການລົງລາຍເຊັນ: ທ່ານສະແດງໃຫ້ເຫັນວ່າ ທ່ານປະກອບເປັນພາກສ່ວນໜຶ່ງຂອງຂໍ້ຕົກລົງສະບັບນີ້ຢ່າງຖືກຕ້ອງຕາມກົດໝາຍ ເຊິ່ງທ່ານໄດ້ຮັບສຳເນົາຂອງຂໍ້ຕົກລົງສະບັບນີ້ ແລະໄດ້ອ່ານ ແລະເຂົ້າໃຈຢ່າງຈະແຈ້ງ ຕໍ່ຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ. ຖ້າເປີດການນຳໃຊ້ໃນນາມຂອງອົງກອນ ຫຼື ນິຕິບຸກຄົນ, ທ່ານຕ້ອງສະແດງໃຫ້ເຫັນວ່າ ທ່ານມີສິດຢ່າງເຕັມສ່ວນໃນການຜູກມັດນິຕິບຸກຄົນນັ້ນໆ ແລະຖ້າບໍ່ເປັນເຊັ່ນນັ້ນ ທ່ານຍິນດີທີ່ຈະຍອມຮັບເອົາຄວາມຮັບຜິດຊອບສ່ວນຕົວ ສຳລັບບັນຊີດັ່ງກ່າວ. ທ່ານມີຄວາມຮັບຜິດຊອບຕໍ່ ຄ່າໃຊ້ຈ່າຍທັງໝົດ ທີ່ເກີດຂື້ນໂດຍບຸກຄົນໃດໜຶ່ງ ທີ່ທ່ານອະນຸຍາດໃຫ້ເຂົ້າເຖິງ ແລະ ນຳໃຊ້ບັນຊີຂອງທ່ານ, ຫຼືອະນຸຍາດໃຫ້ນຳໃຊ້ເຄື່ອງຂອງທ່ານ, ການບໍລິການນີ້ ຫຼື ການບໍລິການອື່ນໆ.
-
ຄວາມຮັບຜິດຊອບຂອງຜູ້ສະໜອງການບໍລິການ: ຄວາມຮັບຜິດຊອບ ຂອງບໍລິສັດ TPLUS Digital Company limited ໄດ້ລະບຸໄວ້ຢ່າງຈະແຈ້ງໃນຂໍ້ຕົກລົງສະບັບນີ້ ແລະ ບໍລິສັດ TPLUS Digital Company limited ຈະບໍ່ສະແດງຄວາມຮັບຜິດຊອບອື່ນໃດ ທີ່ນອກເໜືອຈາກຄວາມຮັບຜິດຊອບທີ່ໄດ້ລະບຸໄວ້ຢ່າງຈະແຈ້ງຂ້າງເທິງນີ້.