ບໍລິສັດ ທີພລັດ ດີຈີຕອນ ຈຳກັດ ເດີມຊື່ວ່າ ບໍລິສັດ ວິມເປວຄອມລາວ ຈຳກັດ ໃນວັນທີ 13 ກໍລະກົດ 2019 ໄດ້ປະກາດເປັນ ບໍລິສັດ ທີພລັດ ດີຈີຕອນ ຈໍາກັດ ຢ່າງເປັນທາງການ ແລະ ເປັນໜຶ່ງໃນບໍລິສັດຊັ້ນນຳໃນການໃຫ້ບໍລິການໂທລະຄົມ. ບໍລິສັດ ທີພລັດດີຈີຕອນ ແມ່ນບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຖືຫຸ້ນ 100%
ທີພລັດດີຈີຕອນ ໄດ້ສືບທອດພື້ນຖານໂຄງລ່າງ ກຽ່ວກັບບັນດາວັດຖຸອົງປະກອບທາງດ້ານເທັກໂນໂລຊີ, ບັນດານັກວິຊາການ, ຄະນະບໍລິຫານງານທັງໝົດມາຈາກ ບໍລິສັດ ວິມເປວຄອມລາວ ຈຳກັດ ຫຼື ອີກພື້ນຖານໜຶ່ງກໍ່ແມ່ນ ບໍລິສັດ MILLICOM INTERNATIONAL CELLULAR S.A. ຂອງປະເທດສະວີເດັນ ເຊິ່ງບໍລິສັດດັ່ງກ່າວໄດ້ເລີ່ມເຊັ່ນສັນຍາກັບລັດຖະບານແຫ່ງ ສປປ ລາວ ໃນວັນທີ 9 ສິງຫາ 1999. ຢູ່ໃນໄລຍະນີ້ຫາປີ 2002 ບໍໍລິສັດແມ່ນມີຊື່ວ່າ ມີລີຄອມລາວ ຈຳກັດ ແລະ ພວກເຮົາກໍ່ໄດ້ມີຄວາມອົດທົນພະຍາຍາມກໍ່ສ້າງພື້ນຖານໂຄງລ່າງເພື່ອກະກຽມທຶນຮອນປະຖົມປັດໃຈທີ່ເປັນທ່າແຮງໃນການກຽມພ້ອມເພື່ອບຸກເບີກຈິດໃຈ, ອຸປະກອນທີ່ຈະປຸກສ້າງບັນດາເຄືອຄ່າຍ ພ້ອມທັງບັນດາແຜນການປະຕິບັດງານກຽ່ວກັບວຽກງານດ້ານການຄ້າ ແລະ ການຕະຫຼາດ ພ້ອມກັນນີ້ກໍ່ໄດ້ມີການສຶກສາສຳຫຼວດຄົ້ນຄວ້າຫາຄວາມຮຽກຮ້ອງຕ້ອງການຂອງສັງຄົມຢູ່ໃນ ສປປ ລາວ ກ່ຽວກັບຄ່ານິຍົມໃນການນຳໃຊ້ໂທລະສັບທີ່ມີລະບົບ GSM 900-1.800 MHZ.
ມາເຖິງປີ 2002 ລັດຖະບານແຫ່ງ ສປປ ລາວ ໄດ້ມີຂໍ້ຕົກລົງອະນຸມັດໃຫ້ ບໍລິສັດ ມີລີຄອມລາວ ຈຳກັດ ເຊັນສັນຍາແມ່ ແລະ ສັນຍາຮວ່ມມືໃນການລົງທຶນ ລະຫວ່າງລັດຖະບານແຫ່ງ ສ.ປ.ປ ລາວ ແລະ ບໍລິສັດ ມີລີຄອມລາວ ອີນເຕີເນເຊີນນໍ ເຊວລູລາ ເອສເອ ຂອງປະເທດສະວີເດັນ ໃນວັນທີ 23 ມັງກອນ ປີ 2002, ທີ່ນະຄອນຫຼວງວຽງຈັນ ມີກຳນົົດໃນການລົງທຶນໄລຍະເວລາ 20ປີ, ການເຊັ່ນສັນຍາແມ່ນສັນຍາຮ່ວມທຶນກັບລັດຖະບານແຫ່ງ ສ.ປ.ປລາວ ແລ້ວມາຮອດປີ 2011 ວິມເປວຄອມ (Beeline) ໄດ້ເຂົ້າມາເຮັດທຸລະກິດໃນປະເທດລາວເຊິ່ງເຂົ້າມາແທນທີ່ບໍລິສັດ ມີລີຄອມລາວ ຈຳກັດ ລວມມີການບໍລິການຫຼາຍຢ່າງເຊັ່ນ: ດ້ານການສື່ສານດ້ວຍໂທລະສັບມືຖື, ອິນເຕີເນັດບ້ານ, ອິນເຕີເນັດໄຮ້ສາຍ, ເບີລາຍເດືອນ ແລະ ອື່ນໆ.
ສຳລັບບີລາຍ (Beeline) ແມ່ນເຄື່ອງໝາຍການຄ້າຂອງປະເທດລັດເຊຍໄດ້ສ້າງຂຶ້ນໃນປີ 1992 ແລະ ມີສໍານັກງານໃຫຍ່ຢູ່ ປະເທດລັດເຊຍ. ວິມເປວຄອມ ແມ່ນໜຶ່ງໃນບໍລິສັດໃຫຍ່ໃນໂລກ ທີ່ໃຫ້ບໍລິການດ້ານການສື່ສານດ້ວຍໂທລະສັບມືຖື, ໂທລະສັບພື້ນຖານແບບດັ່ງເດີມ, ການສື່ສານໂທລະຄົມ ແລະ ເທັກໂນໂລຢີຄົງທີ່ໃນປະເທດລັດເຊຍ, ອີຕາລີ, ຢູເຄນ, ກາຊັກສະຖານ, ອຸເບກລິຖານ, ທາຈິກິດສະຖານ, ອາມາເນຍ, ຈໍເຈຍ, ເຄກິດຖານ, ລາວ, ອານຈີເລຍ, ບັງກະລາເທດ ແລະ ປາກິດສຖານ. ການດຳເນີນງານຂອງ ວິມເປວຄອມ ຄວບຄຸມທົ່ວໂລກເຊິ່ງກວມເອົາປະຊາກອນທັງໝົດ 782 ລ້ານຄົນ. ວິມເປວຄອມສະໜອງການບໍລິການເຄືອຂ່າຍພາຍໃຕ້ຊື່: Beeline
ໃນວັນທີ່ 31-3-2012 ວິມເປວຄອມມີຕົວເລກການລົງທະບຽນນໍາໃຊ້ເຄຶືອຄ່າຍມືຖືຂອງຕົນລວມກັນທັງໝົດທົ່ວໂລກຈຳນວນ 205 ລ້ານລາຍການ. ນອກຈາກນັ້ນ ວິມເປວຄອມ ດຳເນີນການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບນິວຢອກພາຍໃຕ້ສັນຍາລັກ “VIP “.
ໃນວັນທີ 27 ຕຸລາ 2017 ລັດຖະບານ ສ.ປ.ປ ລາວ ໄດ້ຖຶຫຸ້ນ 100% ຂອງຫຸ້ນທັງໝົດໃນ ບໍລິສັດ ວິມເປວຄອມລາວ ຈໍາກັດ. ຕໍ່ມາ ຫຸ້ນທັງໝົດກໍ່ໄດ້ໂອນກໍາມະສິດໃຫ້ກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນວັນທີ 16 ມັງກອນ 2019 ແລະ ໄດ້ປ່ຽນຊື່ບໍລິສັດຈາກ ວິມເປວຄອມລາວ ມາເປັນ ທີພຣັດສດີຈີຕອນ.